ມັນເປັນເລື່ອງທີ່ບໍ່ງ່າຍເລີຍ, ຄັ້ງທຳອິດຂອງທຸກຢ່າງມັນຍາກສະເໝີແຫຼະ ໂດຍສະເພາະການເຮັດວຽກຮ່ວມກັບຜູ້ອື່ນ ເມື່ອເຮົາເຮັດອີຫຍັງຜິດພາດເຮົາມັກຈະຮູ້ສຶກບໍ່ສະບາຍໃຈ ແຕ່ໂອເພັນຊອດ (open source) ຄືໂລກແຫ່ງການເຮັດວຽກຮ່ວມກັນ ! ເຮົາຈຶ່ງຢາກໃຫ້ຜູ້ທີ່ເຂົ້າມາໃໝ່ໄດ້ຮຽນຮູ້ວິທີການ "ຄອນທິບິວ" ຜົນງານຮ່ວມກັບຜູ້ອື່ນໃນ GitHub ແບບງ່າຍໆ
ການອ່ານບົດຄວາມແລະການເບິ່ງຕົວຢ່າງຕ່າງໆກໍອາດຈະຊ່ວຍໄດ້ ແຕ່ຈະມີອີຫຍັງດີໄປກວ່າການທີ່ເຮົາໄດ້ລົງມືເຮັດສິ່ງນັ້ນໆດ້ວຍຕົວເອງແມ່ນບໍ່! ໂປຼເຈັກນີ້ຈະສອນໃຫ້ມືໃໝ່ສົ່ງ "ຄອນທິບິວຊັນຄັ້ງທຳອິດ" ໄດ້ຢ່າງງ່າຍໆ
ຈືເອົາໄວ້ວ່າ: ທຳໃຈໃຫ້ສະບາຍ ແຮ່ງເຈົ້າຜ່ອນຄາຍຫຼາຍເທົ່າໃດ ເຈົ້າກໍແຮ່ງຮຽນຮູ້ໄດ້ດີຫຼາຍຂຶ້ນເທົ່ນນັ້ນ !
ຖ້າເຈົ້າຢາກຮ່ວມສົ່ງຄອນທິບິວຊັນຄັ້ງທຳອິດ ກໍພຽງແຕ່ເຮັດຕາມຂັ້ນຕອນງ່າຍໆ ດ້ານລຸ່ມ ເຮົາບອກເລີຍວ່າມ່ວນແນ່ນອນ
ຖ້າຫາກວ່າເຈົ້າບໍ່ທັນໄດ້ຕິດຕັ້ງ git ລົງຄອມຂອງເຈົ້າ ເຈົ້າສາມາດຕິດຕັ້ງໄດ້ບ່ອນນີ້
ໂປຼເຈັກຫຼັກນີ້ ຈະຖືກເອີ້ນວ່າ ໂປຼເຈັກຕົ້ນນ້ຳ ເຈົ້າສາມາດແຍກໂປຼເຈັກຕົ້ນນ້ຳອອກໄປທີ່ບັນຊີສ່ວນຕົວຂອງເຈົ້າໄດ້ ໂດຍການກົດປຸ່ມ "Fork" ທີ່ດ້ານເທິງຂອງໜ້ານີ້
ແລ້ວໂປຼເຈັກຕົ້ນນ້ຳຈະຖືກຄັດລອກນຳໄປໃສ່ໄວ້ບັນຊີຂອງເຈົ້າໂດຍອັດຕະໂນມັດ
ມາບາດນີ້ກໍ Clone ໂປຼເຈັກລົງຄອມພິວເຕີຂອງເຈົ້າ ໂດຍການກົດປຸ່ມ "Clone" ແລ້ວເລືອກ copy to clipboard (ຄຳສັ່ງຄັດລອກ)
ເປີດໂປຼແກຼມເທີມິນໍໃນຄອມ (ເຊັ່ນ Terminal ໃນ MacOS ຫຼື cmd ໃນ Windows) ແລ້ວ run ຄຳສັ່ງ git ຕໍ່ໄປນີ້:
git clone "url ທີ່ຄັດລອກມື້ກີ້"
"url ທີ່ຄັດລອກມື້ກີ້" (ບໍ່ຕ້ອງໃສ່ " ") ຄື url ຂອງໂປຼເຈັກຂອງເຈົ້າ ເຈົ້າສາມາດເລື່ອນໄປກັບເບິ່ງວິທີຄັດລອກ url ໄດ້ຈາກຫົວຂໍ້ກ່ອນໜ້ານີ້
ຕົວຢ່າງ:
git clone https://github.com/this-is-you/first-contributions.git
this-is-you
ຄືຊື່ username ຂອງເຈົ້າໃນ GitHub ຮອດຈຸດນີ້ເຈົ້າໄດ້ "Clone" ໂປຼເຈັກ first-contributions ໄປໄວ້ໃນຄອມພິວເຕີຂອງເຈົ້າສຳເລັດແລ້ວ
ໃນໂປຼແກຼມເທີມິນໍ ປ່ຽນ directory ໄປຫາບ່ອນທີ່ເຈົ້າ Clone ໂປຼເຈັກໄວ້:
cd first-contributions
ບ່ອນນີ້ໃຫ້ສ້າງ branch (ແຕກກິ່ງການເຮັດວຽກໃໝ່) ດ້ວຍຄຳສັ່ງ git checkout
:
git checkout -b <ຊື່ branch>
ຕົວຢ່າງ:
git checkout -b add-alonzo-church
(ປົກກະຕິຊື່ຂອງ branch ບໍ່ຈຳເປັນຕ້ອງມີຄຳວ່າ add ແຕ່ໃນໂປຼເຈັກນີ້ຢາກໃຫ້ໃຊ້ add-ຊື່-ຂອງ-ເຈົ້າ ເພາະຊື່ຂອງເຈົ້າຈະໄປສະແດງຢູ່ໃນ Contributors (ຜູ້ເຂົ້າຮ່ວມ) ຂອງໂປຼເຈັກນີ້
ຕອນນີີ້ໃຫ້ເປີດຟາຍ Contributors.md
ໃນໂປຼແກຼມ text editor ເພີ່ມຊື່ຂອງເຈົ້າລົງໄປ ຈາກນັ້ນກໍບັນທຶກຟາຍ
ໃນໂປຼແກຼມເທີມິນໍ ຖ້າເຈົ້າຢູ່ທີ່ directory ຂອງໂປຼເຈັກ ໃຫ້ລອງພິມຄຳສັ່ງ git status
ແລ້ວຈະເຫັນວ່າເຈົ້າໄດ້ປ່ຽນແປງອີຫຍັງໄປແນ່
ເພີ່ມການປ່ຽນແປງນັ້ນໆ ເຂົ້າໄປໃນ branch ທີ່ສ້າງມື້ກີ້ ດ້ວຍຄຳສັ່ງ git add
:
git add Contributors.md
ຕອນນີ້ "Commit" ການປ່ຽນແປງນັ້ນໆດ້ວຍຄຳສັ່ງ git commit
:
git commit -m "Add <ຊື່ຂອງເຈົ້າ> to Contributors list"
ແທນທີ່ <ຊື່ຂອງເຈົ້າ>
ດ້ວຍຊື່ແທ້ຂອງເຈົ້າ.
"Push" ຜົນງານທີ່ເຈົ້າເຮັດມື້ກີ້ຂຶ້ນ GitHub ດ້ວຍຄຳສັ່ງ git push
:
git push origin <ຊື່ branch ຂອງເຈົ້າ>
ແທນທີ່ <ຊື່ branch ຂອງເຈົ້າ>
ດ້ວຍຊື່ຂອງ branch ຂອງເຈົ້າທີ່ຫາກໍສ້າງໃນຫົວຂໍ້ທີ່ແລ້ວ (add-ຊື່-ຂອງ-ເຈົ້າ)
ໄປທີ່ repository ຂອງເຈົ້າໃນ GitHub ກົດທີ່ Compare & pull request
ຕອນນີ້ກໍກົດ Pull Request ໄປທີ່ໂປຼເຈັກຕົ້ນນ້ຳໄດ້ເລີຍ
ແລ້ວດຽວເຮົາຈະ "Merge" ຫຼືການໂຮມຜົນງານທີ່ເຈົ້າໄປປ່ຽນແປງ code ມາທີ່ master branch ຂອງໂປຼເຈັກນີ້ ເຈົ້າຈະໄດ້ຮັບອິເມວ ເມື່ອເຮົາໄດ້ທຳການ Merge ຜົນງານຂອງເຈົ້າຮຽບຮ້ອຍແລ້ວ
ຍິນດີນຳ ເຈົ້າຫາກໍເລີ່ມວັດທະຈັກຂອງການເຮັດ contribute ຄື fork -> clone -> edit -> pull request ເຊິ່ງສິ່ງເຫຼົ່ານີ້ເຈົ້າຈະພົບເປັນເລື່ອງປົກກະຕິເມື່ອເປັນ contributor ສະລອງໃຫ້ກັບການມີສ່ວນຮ່ວມຂອງເຈົ້າ ຈາກນັ້ນກໍແບ່ງປັນໃຫ້ໝູ່ໄດ້ຮັບຊາບ ໄດ້ຮັບຮູ້ ໂດຍການໄປທີ່ ໜ້າເວບນີ້
ຫຼືຈະມາຮ່ວມສົນທະນາກັບເຮົາໃນ Slack ຖ້າເຈົ້າຕ້ອງການຄວາມຊ່ວຍເຫຼືອ ຫຼື ມີຂໍ້ສົງໃສໃດໆ ເຂົ້າຮ່ວມ slack ກັບເຮົາ
ຈາກນີ້ເຈົ້າສາມາດຄອນທິບິວໃຫ້ກັບໂປຼເຈັກອື່ນໆໄດ້ ໂດຍເຮົາໄດ້ສັງລວມເນື້ອຫາບາງສ່ວນ ເພື່ອໃຫ້ງ່າຍຕໍ່ການເລີ່ມຕົ້ນ ລາຍຊື່ໂປຼເຈັກທີ່ໜ້າສົນໃຈ
GitHub Desktop | Visual Studio 2017 | GitKraken |